Rich Road Academy
XAUUSD = ລາຄາຄຳ 1 ອອນ ເປັນໂດລາ1 lot = 100 ອອນ0.01 lot: ລາຄາຂະຫຍັບ $1 = ±$1ສ່ຽງບໍ່ເກີນ 1-2% ຕໍ່ອໍເດີ

ກ່ອນເລີ່ມເທຣດ ຕ້ອງກຽມຫຍັງແດ່? ອຸປະກອນ, ເວລາ, ເງິນ ແລະ ຄວາມຈິງທີ່ຕ້ອງຮູ້

ບົດທີ 7/33 · ຂຽນ ແລະ ກວດເນື້ອຫາໂດຍ ໂຄ້ຊ Rich Road Academy · ອັບເດດ

ສະຫຼຸບບົດຮຽນ

ຕ້ອງມີມືຖື ຫຼື ຄອມພິວເຕີ, ອິນເຕີເນັດທີ່ໝັ້ນຄົງ, ເວລາຮຽນມື້ລະ 30-60 ນາທີ ແລະ ເງິນເຫຼືອໃຊ້ທີ່ເສຍໄດ້ທັງໝົດ. ຊ່ວງທຳອິດບໍ່ຕ້ອງໃຊ້ເງິນເລີຍ ໃຫ້ຝຶກໃນບັນຊີທົດລອງກ່ອນ 1-3 ເດືອນ ແລະ ຕັ້ງເປົ້າວ່າປີທຳອິດແມ່ນປີຮຽນ ບໍ່ແມ່ນປີຫາເງິນ.

ລາຍການກວດສອບກ່ອນເລີ່ມ

1. ອຸປະກອນ

  • ມືຖື Android ຫຼື iPhone ກໍເລີ່ມໄດ້
  • ຄອມພິວເຕີ ຫຼື ແທັບເລັດ (ຖ້າມີ) ເບິ່ງກຣາຟຊັດກວ່າ
  • ອິນເຕີເນັດທີ່ໝັ້ນຄົງ ເນັດຫຼຸດຕອນມີອໍເດີຢູ່ອາດເສຍຫາຍ
  • ແອັບ MetaTrader 5 ແລະ TradingView (ຟຣີ) ເບິ່ງວິທີໃນບົດ ແອັບເທຣດ ແລະ ບັນຊີທົດລອງ

2. ເວລາ

ຊ່ວງ ໃຊ້ເວລາ ເຮັດຫຍັງ
ເດືອນທີ 1 ມື້ລະ 30-60 ນາທີ ອ່ານບົດຮຽນໃນເວັບນີ້ໃຫ້ຄົບ
ເດືອນທີ 1-3 ມື້ລະ 1 ຊົ່ວໂມງ ຝຶກໃນບັນຊີທົດລອງ ຈົດບັນທຶກ
ຫຼັງຈາກນັ້ນ ຕາມຮູບແບບ ເລີ່ມເງິນແທ້ຈຳນວນໜ້ອຍ

3. ເງິນ

  • ຊ່ວງຝຶກ ບໍ່ຕ້ອງໃຊ້ເງິນເລີຍ ໃຊ້ບັນຊີທົດລອງ
  • ເມື່ອເລີ່ມເງິນແທ້ ໃຊ້ ເງິນເຫຼືອໃຊ້ ທີ່ເສຍໄດ້ທັງໝົດ
  • ຫ້າມໃຊ້ເງິນກູ້, ເງິນຄ່າຮຽນ ຫຼື ເງິນຄ່າໃຊ້ຈ່າຍໃນເຮືອນ
  • ລາຍລະອຽດເລື່ອງຈຳນວນເງິນຢູ່ໃນບົດ ຕ້ອງມີເງິນທຶນເທົ່າໃດ

4. ປຶ້ມ ຫຼື ໄຟລ໌ຈົດບັນທຶກ

ຈົດທຸກອໍເດີວ່າເຂົ້າເພາະຫຍັງ ຜົນເປັນແນວໃດ. ໃຊ້ Google Sheets ຫຼື ປຶ້ມກໍໄດ້. ເບິ່ງຕົວຢ່າງໃນບົດ Backtest ແລະ ບັນທຶກການເທຣດ.

ຄວາມຈິງທີ່ຕ້ອງຮູ້ກ່ອນ

  1. ຄົນສ່ວນຫຼາຍຂາດທຶນໃນຊ່ວງທຳອິດ ເປັນເລື່ອງປົກກະຕິຂອງການຮຽນຮູ້ ໃຫ້ຂາດທຶນໃນບັນຊີທົດລອງແທນເງິນແທ້
  2. ບໍ່ມີລະບົບໃດຊະນະທຸກໄມ້ ເຖິງແມ່ນນັກເທຣດເກັ່ງ ກໍເສຍເລື້ອຍ. ສິ່ງສຳຄັນແມ່ນເສຍໜ້ອຍ ໄດ້ຫຼາຍກວ່າ
  3. ບໍ່ມີໃຜຮັບປະກັນກຳໄລໄດ້ ຖ້າມີຄົນຮັບປະກັນ ໃຫ້ສົງໄສໄວ້ກ່ອນ
  4. ອາລົມແມ່ນສັດຕູອັນດັບໜຶ່ງ ຢາກເອົາຄືນ, ຢ້ານຕົກລົດ, ໂລບ ອ່ານບົດ ຈິດວິທະຍາການເທຣດ
  5. ປີທຳອິດແມ່ນປີຮຽນ ຕັ້ງເປົ້າໃຫ້ເຂົ້າໃຈ ແລະ ມີວິໄນ ບໍ່ແມ່ນຕັ້ງເປົ້າລາຍໄດ້

ຕັ້ງເປົ້າໃຫ້ຖືກ

ເປົ້າທີ່ບໍ່ດີ ເປົ້າທີ່ດີ
ເດືອນນີ້ຕ້ອງໄດ້ 3 ລ້ານກີບ ເດືອນນີ້ຕັ້ງ Stop Loss ຄົບທຸກອໍເດີ
ຕ້ອງຊະນະທຸກໄມ້ ຈົດບັນທຶກຄົບ 30 ອໍເດີ
ທຶນເພີ່ມສອງເທົ່າໃນ 1 ເດືອນ ສ່ຽງບໍ່ເກີນ 1% ຕໍ່ອໍເດີ

ບົດຕໍ່ໄປ ເລີ່ມຮຽນຄຳແທ້ຈັງ: ເທຣດຄຳ XAUUSD ແມ່ນຫຍັງ

ຖາມ-ຕອບທ້າຍບົດ

ຕ້ອງມີຄອມພິວເຕີບໍ?

ບໍ່ຈຳເປັນ ເລີ່ມດ້ວຍມືຖືໄດ້. ແຕ່ຖ້າມີຄອມ ຫຼື ແທັບເລັດ ຈະເບິ່ງກຣາຟໄດ້ຊັດກວ່າ ເໝາະກັບການວິເຄາະ.

ໃຊ້ເງິນກູ້ ຫຼື ເງິນຜ່ອນມາເທຣດໄດ້ບໍ?

ບໍ່ຄວນຢ່າງຍິ່ງ. ໃຊ້ສະເພາະເງິນທີ່ເສຍໄດ້ທັງໝົດ ໂດຍບໍ່ກະທົບຄ່າໃຊ້ຈ່າຍໃນຊີວິດ. ການເທຣດດ້ວຍເງິນທີ່ເສຍບໍ່ໄດ້ ເຮັດໃຫ້ຕັດສິນໃຈຜິດງ່າຍ.

ຢາກຮຽນກັບພວກເຮົາ?

ເຂົ້າກຸ່ມຮຽນທາງ WhatsApp ຫຼື ທັກສອບຖາມລາຍລະອຽດທາງ Facebook Messenger.