Rich Road Academy
XAUUSD = ລາຄາຄຳ 1 ອອນ ເປັນໂດລາ1 lot = 100 ອອນ0.01 lot: ລາຄາຂະຫຍັບ $1 = ±$1ສ່ຽງບໍ່ເກີນ 1-2% ຕໍ່ອໍເດີ

ເທຣດຄຳ (XAUUSD) ແມ່ນຫຍັງ? ກຳໄລ ແລະ ຂາດທຶນເກີດຂຶ້ນແນວໃດ

ບົດທີ 8/33 · ຂຽນ ແລະ ກວດເນື້ອຫາໂດຍ ໂຄ້ຊ Rich Road Academy · ອັບເດດ

ສະຫຼຸບບົດຮຽນ

ເທຣດຄຳ ແມ່ນການຄາດການວ່າລາຄາຄຳໂລກ (ສັນຍາລັກ XAUUSD) ຈະຂຶ້ນ ຫຼື ລົງ ໂດຍບໍ່ໄດ້ຊື້ຄຳແທ່ງແທ້. ຖ້າຄາດຖືກກໍໄດ້ກຳໄລ ຖ້າຄາດຜິດກໍຂາດທຶນ. ຂະໜາດ 0.01 lot ລາຄາຄຳຂະຫຍັບ 1 ໂດລາ ເທົ່າກັບກຳໄລ ຫຼື ຂາດທຶນປະມານ 1 ໂດລາ.

ການເທຣດຄຳ ຄືຫຍັງ

ເວລາຄົນເວົ້າວ່າ "ເທຣດຄຳ" ສ່ວນຫຼາຍໝາຍເຖິງການເທຣດ XAUUSD ເຊິ່ງແມ່ນລາຄາຄຳ 1 ອອນ (ປະມານ 31.1 ກຣາມ) ເປັນເງິນໂດລາສະຫະລັດ.

ການເທຣດແບບນີ້ ທ່ານບໍ່ໄດ້ຊື້ຄຳແທ່ງໄປເກັບໄວ້ ແຕ່ເປັນການ ຄາດການທິດທາງລາຄາ:

  • ຄິດວ່າລາຄາຈະ ຂຶ້ນ → ເປີດອໍເດີ Buy (ຊື້)
  • ຄິດວ່າລາຄາຈະ ລົງ → ເປີດອໍເດີ Sell (ຂາຍ)

ເມື່ອປິດອໍເດີ ທ່ານຈະໄດ້ ຫຼື ເສຍ ຕາມສ່ວນຕ່າງຂອງລາຄາທີ່ເປີດ ແລະ ປິດ.

ກຳໄລ ແລະ ຂາດທຶນ ຄິດໄລ່ແນວໃດ

ຂະໜາດຂອງອໍເດີເອີ້ນວ່າ lot. ສຳລັບຄຳ:

ຂະໜາດ (lot) ລາຄາຂະຫຍັບ 1 ໂດລາ ລາຄາຂະຫຍັບ 10 ໂດລາ
0.01 ±1 ໂດລາ ±10 ໂດລາ
0.10 ±10 ໂດລາ ±100 ໂດລາ
1.00 ±100 ໂດລາ ±1,000 ໂດລາ

ຕົວຢ່າງ: ທ່ານເປີດ Buy 0.01 lot ທີ່ລາຄາ 4,000 ໂດລາ.

  • ລາຄາຂຶ້ນໄປ 4,015 → ກຳໄລປະມານ 15 ໂດລາ
  • ລາຄາລົງໄປ 3,985 → ຂາດທຶນປະມານ 15 ໂດລາ

ຕົວເລກຈິງອາດຕ່າງກັນເລັກນ້ອຍ ເພາະມີຄ່າ spread (ສ່ວນຕ່າງລາຄາຊື້-ຂາຍ) ແລະ ຄ່າທຳນຽມຂອງແຕ່ລະໂບຣກເກີ.

3,9803,9904,0004,0104,020ເປີດ Buy 4,0004,015 → ກຳໄລ +$153,985 → ຂາດທຶນ −$15
ຕົວຢ່າງ Buy 0.01 lot ທີ່ 4,000: ລາຄາຂະຫຍັບ 1 ໂດລາ ເທົ່າກັບກຳໄລ ຫຼື ຂາດທຶນ 1 ໂດລາ

ເປັນຫຍັງຄຳຈຶ່ງຂຶ້ນ-ລົງ

ລາຄາຄຳໂລກປ່ຽນໄປຕາມຂ່າວ ແລະ ເສດຖະກິດ ເຊັ່ນ:

  • ເງິນໂດລາ: ໂດລາແຂງຄ່າ ຄຳມັກຈະລົງ, ໂດລາອ່ອນຄ່າ ຄຳມັກຈະຂຶ້ນ
  • ອັດຕາດອກເບ້ຍສະຫະລັດ (Fed): ດອກເບ້ຍສູງ ຄຳມັກຈະຖືກກົດດັນ
  • ເງິນເຟີ້ (CPI): ຕົວເລກທີ່ອອກມາຕ່າງຈາກຄາດ ເຮັດໃຫ້ລາຄາຜັນຜວນແຮງ
  • ຄວາມບໍ່ແນ່ນອນ ແລະ ສົງຄາມ: ຄົນມັກຫັນມາຖືຄຳ ເຮັດໃຫ້ລາຄາຂຶ້ນ

ສິ່ງທີ່ຕ້ອງຮູ້ກ່ອນເລີ່ມ

ຄຳເປັນສິນຄ້າທີ່ ຜັນຜວນສູງ ລາຄາອາດຂະຫຍັບຫຼາຍສິບໂດລາພາຍໃນມື້ດຽວ. ການເທຣດມີໂອກາດທັງກຳໄລ ແລະ ຂາດທຶນ ບໍ່ມີໃຜຮັບປະກັນກຳໄລໄດ້.

ຖ້າຫາກໍເລີ່ມ ຄວນຝຶກໃນ ບັນຊີທົດລອງ ກ່ອນ ແລະ ຮຽນ ການຄວບຄຸມຄວາມສ່ຽງ ໃຫ້ເຂົ້າໃຈ ກ່ອນໃຊ້ເງິນຈິງ.

ຄຳໂລກ ກັບ ຄຳຮ້ານ ຕ່າງກັນແນວໃດ

ຄຳໂລກ (XAUUSD) ຄຳຮ້ານ
ຫົວໜ່ວຍ ໂດລາຕໍ່ 1 ອອນ (31.1 ກຣາມ) ກີບຕາມນ້ຳໜັກທີ່ຮ້ານໃຊ້
ໄດ້ຄຳແທ້ບໍ່ ບໍ່ໄດ້ ເທຣດສ່ວນຕ່າງລາຄາ ໄດ້ຄຳແທ້ໄປເກັບ
ເຮັດກຳໄລຂາລົງ ໄດ້ (ກົດ Sell) ບໍ່ໄດ້ ຕ້ອງລໍຖ້າລາຄາຂຶ້ນ
ຄ່າໃຊ້ຈ່າຍ spread ແລະ swap ສ່ວນຕ່າງລາຄາຊື້-ຂາຍຂອງຮ້ານ ແລະ ຄ່າກຳເໜັດ

ລາຄາຄຳຮ້ານໃນປະເທດ ເໜັງຕາມຄຳໂລກ ແລະ ຄ່າເງິນກີບ ຈຶ່ງມັກໄປທາງດຽວກັນ ແຕ່ບໍ່ເທົ່າກັນທຸກຄັ້ງ.

ເປັນຫຍັງຄົນນິຍົມເທຣດຄຳ

  • ເໜັງດີ ລາຄາຂະຫຍັບຫຼາຍສິບໂດລາຕໍ່ມື້ເປັນເລື່ອງປົກກະຕິ.
  • ຄົນຊື້ຂາຍຫຼາຍ spread ຊ່ວງປົກກະຕິຂ້ອນຂ້າງແຄບ.
  • ມີເຫດຜົນຊັດ ຂ່າວດອກເບ້ຍ ແລະ ໂດລາສະຫະລັດມີຜົນຊັດເຈນ. ອ່ານໃນບົດ ຫຍັງເຮັດໃຫ້ຄຳຂຶ້ນລົງ.

ຂໍ້ເສຍແມ່ນຄວາມໄວແບບດຽວກັນນີ້ ເຮັດໃຫ້ ຂາດທຶນໄວ ຖ້າເປີດ lot ໃຫຍ່ ຫຼື ບໍ່ຕັ້ງ Stop Loss.

ຕົວຢ່າງ Sell

ເປີດ Sell 0.01 lot ທີ່ 4,000 ເພາະຄິດວ່າລາຄາຈະລົງ:

  • ລາຄາລົງໄປ 3,980 → ກຳໄລປະມານ 20 ໂດລາ.
  • ລາຄາຂຶ້ນໄປ 4,010 → ຂາດທຶນປະມານ 10 ໂດລາ.

ຖາມ-ຕອບທ້າຍບົດ

ເທຣດຄຳ ຕ້ອງຊື້ຄຳແທ່ງແທ້ບໍ່?

ບໍ່ຕ້ອງ. ການເທຣດຄຳຜ່ານແພລດຟອມ ແມ່ນການເທຣດສັນຍາຕາມລາຄາ (CFD) ທ່ານບໍ່ໄດ້ຮັບຄຳແທ້ ແຕ່ໄດ້ ຫຼື ເສຍ ສ່ວນຕ່າງຂອງລາຄາ.

XAUUSD ໝາຍເຖິງຫຍັງ?

XAU ແມ່ນລະຫັດຂອງຄຳ ສ່ວນ USD ແມ່ນເງິນໂດລາສະຫະລັດ. XAUUSD ຄືລາຄາຄຳ 1 ອອນ ເປັນໂດລາ.

ເທຣດຄຳ ລາຄາລົງ ກໍໄດ້ກຳໄລໄດ້ບໍ່?

ໄດ້. ຖ້າທ່ານເປີດອໍເດີ Sell (ຂາຍ) ແລ້ວລາຄາລົງ ທ່ານຈະໄດ້ກຳໄລ. ແຕ່ຖ້າລາຄາຂຶ້ນແທນ ທ່ານຈະຂາດທຶນ.

ຄຳໂລກຂຶ້ນ ຄຳຮ້ານຂຶ້ນນຳບໍ່?

ສ່ວນຫຼາຍເໜັງໄປທາງດຽວກັນ ເພາະລາຄາຄຳຮ້ານຄິດຈາກຄຳໂລກ ແຕ່ຄ່າເງິນກີບກໍມີຜົນນຳ. ບາງມື້ຄຳໂລກຂຶ້ນ ແຕ່ຄຳຮ້ານຂຶ້ນໜ້ອຍກວ່າ.

ຢາກຮຽນກັບພວກເຮົາ?

ເຂົ້າກຸ່ມຮຽນທາງ WhatsApp ຫຼື ທັກສອບຖາມລາຍລະອຽດທາງ Facebook Messenger.